ຄວາມຈິງ ສ ອາເມຣິກາ ມີຫ້ອງທົດລອງ ພັດທະນາອາວຸດຊີວະພາບແທ້ຢູ່ ອູແກຣນ
ວັນທີ 14 ສິງຫາ ນີ້, ທ່ານ ຕັກເກີ ຄາຊົນ ອະດີດໂຄສົກຊ່ອງຂ່າວໂທລະພາບ FOX ນັກຂ່າວທີ່ມີຊື່ສຽງຂອງ ອາເມຣິກາ ໄດ້ເຜີຍແຜ່ລາຍການສຳ
ພາດ ທ່ານ ໂຣເບີດ ຟຣານຊິສ ເກັນນິດີ ຜູ້ເຂົ້າຮ່ວມການເລືອກຕັ້ງປະ ທານາທິບໍດີຂອງ ພັກປະຊາທິປະໄຕ ອາເມຣິກາ ລົງໃນສື່ສັງຄົມອອນລາຍວ່າ: ສະ
ຫະລັດອາເມຣິກາ ມີຫ້ອງທົດລອງດ້ານຊີວະພາບ ທີ່ພວມພັດທະນາອາວຸດຊີວະພາບຢູ່ອູແກຣນແທ້.
ຫ້ອງທົດລອງນີ້ສາມາດຄົ້ນຄວ້າ, ທົດລອງ ແລະ ຜະລິດສິ່ງທີ່ເປັນໄພອັນຕະລາຍຕໍ່ມວນມະນຸດທົ່ວໂລກໄດ້. ນອກຈາກນັ້ນ, ໃນວັນດຽວກັນແຫຼ່ງ
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ທ່ານ ອານາໂຕລີ ອັນໂຕນົຟ ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສະຫະລັດອາເມຣິກາ ກ່າວວ່າ: ອາເມຣິກາ ປະຕິເສດ
ອອກວິຊ່າໃຫ້ຜູ້ຕາງໜ້າ ຣັດເຊຍ ທີ່ຈະເຂົ້າຮ່ວມກອງປະຊຸມທີ່ກ່ຽວຂ້ອງຂອງອົງການຮ່ວມມືເສດຖະກິດ ອາຊີ-ປາຊີຟິກ ຫຼື ເອເປັກ (APEC), “ເຈົ້າ
ໜ້າທີ່ຫຼາຍພາກສ່ວນ ແລະ ອົງການລັດຖະບານກໍບໍ່ໄດ້ຮັບວິຊ່າ ເພື່ອເຂົ້າດິນແດນ ອາເມຣິກາ” ເຊັ່ນດຽວກັນ.
ກອງປະຊຸມບໍ່ເປັນທາງການຂອງຜູ້ນຳ ອົງການເອເປັກ ປະຈຳປີ 2023 ຈະໄຂຂຶ້ນຢູ່ນະຄອນ ຊານຟຣານ ຊິສໂກ ຂອງ ອາເມຣິກາ ໃນເດືອນ ພະ
ຈິກ ປີນີ້, ໂດຍຈະຈັດກອງປະຊຸມລະດັບ ລັດຖະມົນຕີ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ອື່ນໆກ່ອນ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 21/08/2023